ປະ​ເພດ​ຄຳ​ຮ້ອງ
Patent - National
ປະ​ເພດ​ຄຳ​ຮ້ອງຍ່ອຍ
Patent - National
(10) ເລກທີ ແລະ ວັນທີການຈົດທະບຽນ
ສະຖານະ
Filed
(180) ມື້​ໝົດ​ອາຍຸ
(20) ​ເລກທີ ​ແລະ ມື້ ຍື່ນ​ຄຳ​ຮ້ອງ
LA P/778 11.05.2021
(40) ​ເລກທີ ​ແລະ ວັນ​ທີ​ເຜີຍ​ແຜ່
(86) ເລກທີ ແລະ ວັນທີ ເອກະສານ PCT
(87) and Date ເລກທີ ແລະ ວັນທີ່ ເຜີຍແຜ່ PCT
(85) ວັນ​ທີເອກະສານ​ເຂົ້າ
(30) ລາຍລະອຽດບຸລິມະສິດ
(51) ການຈັດ​ໝວດ​ໝູ່ IPC
(74) ຊຶ່ບໍລິສັດຕົວແທນ
(LA) ທ່ານ ໄຊຊະນະ ສະໜິງວົງສາ : ບ້ານ ຫ້ວຍເສັດ,​ ເມືອງ ບາຈຽງ, ແຂວງ ຈຳປາສັກ
(54) ຫົວຂໍ້
(LA) ເຫຼົ້າກະຊາຍຂາວ
(EN) ເຫຼົ້າກະຊາຍຂາວ
(57) ບົດສັງເຂບ
(LA)

ການປຸງແຕ່ງເຫຼົ້າແບບພື້ນເມືອງແມ່ນນຳໃຊ້ຮູບການແຊ່ວັດຖຸດິບ (ພືດ, ສັດ, ແຮ່ທາດ) ທີ່ແຫ້ງ ຫຼື ວ່າດິບໃວ້ໃນເຫຼ໌ົ້າຮຂາວເປັນເວລາຢ່າງຕໍ່າ 1 ອາທິດທີ່ຈະດື່ມ.​ສ່ວນວິທີການ ບໍລິສັດໄມ້ເກດສະໜານຳໃຊ້ແມ່ນວິທີການໃໜ່ທີ່ທາງບໍລິສັດເປັນຜູ້ຄົ້ນຄິດເປັນຄົນທຳອິດໃນ ສປປ ລາວ. ວິທິການໃໜ່ທີ່ທາງບໍລິສັດນຳໃຊ້ເປັນວິທີການທີ່ເຮັດໃຫ້ມາດຕະຖານຂອງເຫຼົ້າກະຊາຍຂອງລາວສູງຂຶ້ນ ມີຄວາມສົດໄສ ສວຍງາມ ເໜືອນກັບເຫຼົ້າທີ່ນຳເຂົ້າຈາກຕ່າງປະເທດ ເຊັ່ນ: ວິສະກີ. ນອກເໜືອໄປຈາກນັ້ນ ຜະລິດຕະພັນຂອງພວກເຮົາແມ່ນໄດ້ຖອດຮີດເອົາທັງໜົດທາດທີ່ມີລິດໃນການບຳລຸງສຸຂະພາບ ຊ່ວຍຟື້ນຟູໜ້າທີ່ຂອງອະໄວຍະວະຕ່າງຯ ແລະ ປິ່ນປົວສຸຂະພາບ. ວິທີການໃໜ່ທີ່ທາງບໍລິສັດ ຄົ້ນຄິດແມ່ນປະກອບດ້ວຍການຖອດຮີດວັດຖຸດິບທີ່ຝັກຊອຍຂະໜາດ 0,5-1 ຊັງຕີແມັດ, ຕາກໃນຮົ່ມ, ແຊ່ໃນເຫຼົ້າ75 % ໃນອັດຕາສ່ວນ1:5, ແຊ່ປະໄວ້ 3 ມື້, ຕອງເອົານໍ້າເຫຼົ້າ (ນ້າທີ1) ຕື່ມເຫຼົ້າບໍລິສັດໃສ່ຝຸ່ນທີ່ເຫຼືອຈາການຕອງເະື່ອທຳການຖອດຮີດເປັນຄັ້ງທີ2, ແຊ່ເປັນເວລາ1 ມື້, ຕອງ ກັ່ນເອົາເຫຼົ້າຄືນດ້ວຍເຄື່ອງກັ່ນໄຟຟ້າ ທີ່ມີສ່ວນທີ່ຕອງສີ່ງປົນເປື້ອນຢູ່ລະຫ່ວາງຂອງໜໍ່ກັ່ນ ແລະ ທໍ່ທຳຄວາມເຢັນ. ເຄື່ອງກັ່ນຂອງພວກເຮົາແມ່ນມີຄວາມດັນ ແລະ ອຸນຫະພູມທີ່ເໜາະສົມເຮັດໃຫ້ທາດເຄມີທີ່ສຳຄັນບໍ່ຖືກທຳລາຍ. ໂດຍເລີ່ມຈາກການກັ່ນນໍ້າທີ່ 2 ກ່ອນ. ເມື່ອນໍ້າທີ 2 ໃກ້ຈະໜົດຈຶ່ງຕົ້ມນໍ້າທີ 1 ໃສ່. ສືບຕໍ່ກັ່ນຈົນກ່ວາເຫຼົ້າຈະອອກໜົດ. ສ່ວນທີ່ເຫຼືອໃນໜໍ້ກັ່ນຈະແມ່ນນໍ້າເປັນສ່ວນຫຼາຍ. ລະເຫີຍນໍ້ທີ່ເຫຼືອໃນໜໍ້ກັ່ນໃຫ້ແຫ້ງດ້ວຍການຕົ້ມໃນໜໍ້ຂັ້ນນໍ້າ (Water Bath) ເວລານີ້ ອາຍນໍ້າຈະລະເຫີຍໄປໃນອາກາດ. ເພື່ອໃຫ້ແນ່ໃຈວ່າຝຸ່ນແຫ້ງດີຈື່ງເອົາຝຸ່ນແຫ້ງນັ້ນໄປອົບຕື່ມທີ່ອຸນຫະພູມ 60ອົງສ ເປັນເວລາ 3 ມື້ຈົນກ່ວາຝຸ່ນກາວ (extract) ຈະແຫ້ງດີ ແລະ ມີຄວາມຊຸ່ມບໍ່ເກີນ 5 % ບົດຝຸ່ນກາວທີ່ແຫ້ງ 2% ຂອງປະລິມານເຫຼົ້າໃສ່ໃນນໍ້າເຫຼົ້າທີ່ກັ່ນອອກມາ (ທີ່ມີກິ່ນຫອມ) ເພື່ອປຸງແຕ່ງເຫົ້າຢາທີ່ສົມບູນ. ວັດແທກຄວາມເຂັ້ມຂຸ້ນຂອງເຫຼົ້າໃຫ້ຢູ່ທີ່ 40%. ດ້ວຍວິທີການຄືດັ່ງກ່າວນີ້ຈະເຮັດໃຫ້ລວມມີທາດລະເຫີຍໃດ້ ແລະ ທາດທີ່ບໍ່ລະເຫີຍ ຈື່ງເຮັດໃຫ້ໃດ້ເຫຼົ້າທີ່ມີຄຸນປະໂຫຍດທັງໜົດຂອງພືດທີ່ເປັນວັດຖຸດິບ.ພາຍຫັຼງທີ່ໃດ້ທຳການຜ່າຈາງເຫຼົ້າໃຫ້ໃດ້ອົງສາເຫູົ້າຕາມທີ່ຕ້ອງການແລ້ວ ແມ່ນມີການບັນຈຸເຫຼົ້າໃສ່ໃນຂວດແກ້ວທີ່ສະອາດ, ຕິດສະຫລາກ, ບັນຈຸໃສ່ແກ້ວ ແລະ ເກັບຮັກສາໃວ້ໃນສະຖານທີ່ແຫ້ງ ແລະ ຫຸນຫະພູມທີ່ເໜາະສົມ. ໃນໄລຍະທຳອິດທາງບໍລິສັດແມ່ນນຳໃຊ້ວິທີການດັ່ງກ່າວນີ້ໃນການຜະລິດເຫຼົ້າຈາກຫົວກະຊາຍ (ໂສມລາວ). ໃນອານາຄົດທາງບໍລິສັດແມ່ນໃຊ້ວິທີການດັ່ງກ່າວນີ້ກັບການຜະລິດທີ່ມີລັກສະນະດຽວກັນ. ດັ່ງນັ້ນເພື່ອປົກປ້ອງແນວຄິດປະດິດສ້າງຂອງບໍລິສັດ ຈື່ງສະເໜີຂໍສະຫງວນສິດທິບັດຂອງວິທີການໃໜ່ໃນການຜະວິດເຫຼົ້າກະຊາຍນີ້. ຂັ້ນຕອນຕ່າງຯຂອງການດຳເນີນການສະແດງໃຫ້ເຫັນໃນແຜນວາດລຸ່ມນີ້.

(58) ການ​ຮຽກຮ້ອງ
ປະເພດຂອງເອກະສານ ວັນທີ ການດໍາເນີນການ
ຊື່ຂອງລາຍການວັນ​ທີສະຖານະ
Filing11.05.2021Filed