ປະ​ເພດ​ຄຳ​ຮ້ອງ
Patent - National
ປະ​ເພດ​ຄຳ​ຮ້ອງຍ່ອຍ
Patent - National
(10) ເລກທີ ແລະ ວັນທີການຈົດທະບຽນ
ສະຖານະ
Filed
(180) ມື້​ໝົດ​ອາຍຸ
(20) ​ເລກທີ ​ແລະ ມື້ ຍື່ນ​ຄຳ​ຮ້ອງ
LA P/779 11.05.2021
(40) ​ເລກທີ ​ແລະ ວັນ​ທີ​ເຜີຍ​ແຜ່
(86) ເລກທີ ແລະ ວັນທີ ເອກະສານ PCT
(87) and Date ເລກທີ ແລະ ວັນທີ່ ເຜີຍແຜ່ PCT
(85) ວັນ​ທີເອກະສານ​ເຂົ້າ
(30) ລາຍລະອຽດບຸລິມະສິດ
(51) ການຈັດ​ໝວດ​ໝູ່ IPC
(74) ຊຶ່ບໍລິສັດຕົວແທນ
(LA) ທ່ານ ໄຊຊະນະ ສະໜິງວົງສາ : ບ້ານ ຫ້ວຍເສັດ, ເມືອງບາຈຽງ, ແຂວງ ຈຳປາສັກ
(54) ຫົວຂໍ້
(LA) ສານສະກັດສະໜຸນໄພກະຊາຍຂາວແບບແຄບຊູນ100%
(EN) ສານສະກັດສະໜຸນໄພກະຊາຍຂາວແບບແຄບຊູນ100%
(57) ບົດສັງເຂບ
(LA)

ການປຸງແຕ່ງຢາພື້ນເມືອງໃນແບບເກົ່າແມ່ນນຳໃຊ້ການຕົ້ມດ້ວຍນໍ້າ ຊື່ງມີຈຸດອ່ອນຢູ່ບ່ອນວ່າ ນໍ້າສາມາດ ລະລາຍໃດ້ບາງທາດເທົ່ານັ້ນ. ໃນບາງກໍລະນີແມ່ນປຸງແຕ່ງຢາພື້ນເມືອງໂດຍການບົດຝຸ່ນໃສ່ແຄັບຊູນ ຫຼື ວ່າເຮັດເປັນລູກກ້ອນ. ວິທີທີ2. ນີ້ອາດຈະເຮັດໃຫ້ທາດຢາທີ່ສຳຄັນມີປະລິມານບໍ່ພຽງພໍສຳລັບປິ່ນປົວ. ສ່ວນວິທີການທີ່ບໍລິສັດໄມ້ເກດສະໜາລາວຈຳກັດຜູ້ດຽວນຳໃຊ້ແມ່ນວິທີການໃໜ່ທີ່ທາງບໍລິສັດເປັນຜູ້ຄົ້ນຄິດເປັນຄົນທຳອິດຢູ່ ສປປ ລາວ.ທ ວິທີການໃໜ່ືີ່ທາງບໍລິສັດນຳໃຊ້ເປັນວິທີການທີ່ເຮັດໃຫ້ມາດຕະຖານຂອງຢາພື້ນເມືອງລາວສູງຂຶ້ນ. ຜະລິດຕະພັນຂອງພວກເຮົາແມ່ນໄດ້ຖອດຮີດເອົາທັງໜົດທາດທີ່ມີລິດໃນການບຳລຸງຮັກສາສຸຂະພາບ ຊ່ວຍຟື້ນຟູໜ້າທີ່ການຂອງອະໄວຍະວະຕ່າງໆ ແລະ ປິ່ນປົວສຸຂະພາບ. ວິທີການໃໜ່ທີ່ທາງບໍລິສັດ ຄົ້ນຄິດແມ່ນປະກອບດ້ວຍການຖອດຮີດວັດຖຸດິບທີ່ຝັກຊອຍຂະໜາດ 0,5-1 ຊັງຕີແມັດ, ຕາກໃນຮົ່ມ, ແຊ່ໃນເຫຼົ້າ75% ໃນອັດຕາສ່ວນ 1:5, ແຊ່ປະໄວ້ 3 ມື້, ຕອງເອົານໍ້າເຫຼົ້າ ( ນໍ້າທີ 1), ຕື່ມເຫຼົ້າບໍລິສັດໃສ່ຝຸ່ນທີ່ເຫຼືອຈາການຕອງ ເພື່ອທຳການຖອດຮີດ ເປັນຄັ້ງທີ 2, ຕອງ.ກັ່ນເອົາເຫຼົ້າ ຄືນດ້ວຍເຄື່ອງກັ່ນໄຟຟ້າ ທີ່ມີສ່ວນທີ່ຕອງສິ່ງປົນເປື້ອນຢູ່ລະຫ່ວາງຂອງໜໍ່ກັ່ນ ແລະ ທໍ່ທຳຄວາມເຢັນ. ໂດຍເລີ່ມຈາກການກັ່ນນໍ້າທີ2 ກ່ອນ, ເມື່ອນໍ້າທີ2 ໃກ້ຈະໜົດຈື່ງຕົ້ມນໍ້າທີ1 ໃສ່. ສືບຕໍ່ກັ່ນຈົນກ່ວາເຫຼົ້າຈະອອກເຫົ້ຼາຈະອອກໜົດ, ສ່ວນທີ່ເຫຼືອໃນໜໍ້ກັ່ນຈະແມ່ນນໍ້າເປັນສ່ວນຫຼາຍ. ລະເຫີຍນໍ້າທີ່ເຫຼືອໃນໜໍ້ກັ່ນໃຫ້ແຫ້ງດ້ວຍການຕົ້ມໃນໜໍ້ຂັ້ນນໍ້າ (water Bath) ເພື່ອໃຫ້ແນ່ໃຈວ່າຝຸ່ນແຫ້ງດີຈື່ງເອົາຝຸ່ນແຫ້ງນັ້ນໄປອົບຕື່ມທີ່ອຸນຫະພູມ 60ໍໍ  ເປັນເວລາ 3 ມື້ ຈົນກ່ວາຝຸ່ນກາວ (extract) ຈະແຫ້ງດີ ແລະ ມີຄວາມຊຸ່ມບໍ່ເກີນ5% ບົດຝຸ່ນກາວທີ່ແຫ້ງດີໃຫ້ເປັນຝຸ່ນລະອຽດ. ການຜະລິດເປັນຢາແຄັບຊຸນກໍ່ໃດ້ໃຊ້ຝຸ່ນກາວແຫ້ງ 95%, ສ່ວນທີ່ເຫຼືອ 5%ແມ່ນທາດສຳຮອງ. ການປຸງແຕ່ງເບື້ອງຕົ້ນກ່ອນບັນຈຸແຄັບຊູນແມ່ນດຳເນີນການຕາມແບບວິທີການຜະລິດແຄັບຊູນ. ປະສົມປຽກຝຸ່ນທັງໜົດດ້ວຍດ້ວຍການຕື່ມແປ້ງໜຽວ, ຜ່ານຕາເຂິງ, ອົບແຫ້ງທີ່ອຸນຫະພູມ60 ອົງສເຊ ເປັນເວລາ 3 ມື້, ຝຸ່ນແຫ້ງມີຄວາມຊຸ່ມບໍ່ເກີນ5 %. ປະສົມທາດມື່ນໃສ່ຝຸ່ນແຫ້ງກ່ອນຈະບັນຈຸຝຸ່ນໃສ່ແຄັບຊູນດ້ວຍເຄື່ອງຈັກແບບອັດຕະໂນມັດ. ກວດກາຄຸນນະພາບໂດຍສະເພາະນໍ້າໜັກ.ບັນຈຸແຄັບຊູນໃສ່ແຕ່ລະກວດ 50 ແຄັບຊູນ, ຕິດສະຫຼາກ, ເຮັດເປັນຫໍ່ລະ 6 ກວດ. ເກັບຮັກສາໃນສະຖານທີ່ແຫ້ງ ແລະ ອຸນຫະພູມທີ່ເໜາະສົມ. ເຮັດເປັນການຜະລິດແຄັບຊູນຈາກກະຊາຍ ໂດຍການນຳໃຊ້ກາວ ແມ່ນເປັນຄັ້ງທຳອິດທີ່ດຳເນີນການຢູ່ ສປປ ລາວ. ດັ່ງນັ້ນເພື່ອປົກປ້ອງແນວຄິດປະດິດສ້າງຂອງບໍລິສັດ ຈຶ່ງສະເໜີຂໍສະຫງວນສິດທິບັດຂອງວິທີການຜະລິດຢາແຄັບຊູນຈາກກະຊາຍໃໜ່ນີ້. ຂັ້ນຕອນຕ່າງໆ ຂອງການດຳເນີນການສະແດງໃຫ້ເຫັນໃນແຜນວາດ.

 

(58) ການ​ຮຽກຮ້ອງ
ປະເພດຂອງເອກະສານ ວັນທີ ການດໍາເນີນການ
ຊື່ຂອງລາຍການວັນ​ທີສະຖານະ
Filing11.05.2021Filed